Experiment

Experimenta1:
ວີທີການຖີ້ມທາດລະລາຍອາຊິດແຮງ ແລະ ບາເຊີ ຫຼັງຈາກການເຮັດທົດລອງແລ້ວ.

ທີດສະດີ (Theory)
ປະຕິກິລິຍາຈ່າວ ( Neutralization reaction) ແມ່ນນິຍົມໃຊ້ໃນການເຈື່ອຈ່າງທາດລະລາຍອາຊິດແຮງ ແລະ ບາເຊີແຮງໂດຍປະຕິກິລິຍາຈ່າວນີ້ຈະເຮັດໃຫ້ອາຊິດແຮງ ແລະ ບາເຊີກ່າຍເປັນພາວະກາງ. ໂດຍອິງໃສທິດສະດີ ອາຊີດເກິດປະຕິກິລິຍາກັບ ບາເຊີ ແລ້ວໄດ້ຜົນຜະລິດເປັນເກືອ ແລະ ນ້ຳ.
ອຸປະກອນ ແລະ ທາດເຄມີ ( equipment and chemical reagents)
- ທາດເຄມີ ມີ່ເປັນອາຊີດແຮງ ແລະ ບາເຊິແຮງເຊັ່ນ: Sodium hydroxide (NaOH), Hydrochloric acid (HCl) ແລະ Sodium hydrogen carbonate (NaHCO3), ຈອກບີກເກິ ຫຼື ພາຊະນະ ທີ່ສາມາດບັນຈຸທາດລະລາຍກ່ອນຈະຖີ້ມ, ເຈ້ຍລິດສມັດ (litmus paper).

ຂັ້ນຕອນການປະຕິບັດ ( procedure)

 1.  ຮ່າຍທາດລະລາຍບາເຊີ ທີ່ຕ້ອງການຖີ້ມລົງໃນຈອກບີກເກີ, ໃນບົດທົດລອງນີ້ແມ່ນນຳໃຊ້ NaOH ທີ່ເຫຼືອຈາກການທົດລອງ.
2. ຮ່າຍ HCl ທີ່ຕ້ອງການຖີ້ມລົງສູ່ ຈອກບິກເກີ ທີ່ມີບັນຈຸ NaOH.  ເມຶ່ອຕື່ມອາຊິດແຮງກັບບາເຊີແຮງ ຈະເກີດມີຄວາມຮ້ອນ. ( ບໍ່ຕ້ອງຕົກໃຈ)
3.  ຕັກທາດ (NaHCO3) ແລ້ວຄ່ອຍຖອກລົງໃສ່ ຈອກບິກເກີ ທີບັນຈຸອາຊິດ ແລະ ບາເຊີ. (ເວລາຖອກ NaHCO3 ຈະເກີດຝອດແຮງ ບໍ່ຕົກໃຈ ສືບຕໍ່ຖອກໃສ ຈົນສັງເກດເຫັນວ່າ ການເກີດຝອດເລີມຫຼຸດລະດັບລົງ.)
4. ໃສ່ເຈ້ຍ litmus ສີຟ້າ ແລະ ສີແດງ ເພື່ອທົດສອບຄວາມເປັນອາຊິດ ແລະ ບາເຊີ.
    Litmus ສີຟ້າ ປ່ຽນເປັນສີແດງ ສະແດງວ່າ ທາດລະລາຍນັ້ນມີຄຸນລັກສະນະ ອາຊິດ ໃຫ້ຢອດ NaOH ລົງໃສ່
    Litmus ສີແດງ ປ່ຽນເປັນສີ ຟ້່າ ທາດລະລາຍນັ້ນເປັນ ບາເຊີ.                                ໃຫ້ຢອດ HCl    ລົງໃສ່
5. ຫຼັງຈາກນັ້ນ ສືບຕໍ່ຖອກ NaHCO3 ໃສຈອກທີ່ບັນຈຸອາຊິດ ແລະ ບາເຊີ. ຈົນສັງເກດເຫັນວ່າ ບໍ່ມີຝອດເກີດຂື້ນໃນຈອກບິກເກີ.
6. ສຸດທ້າຍ ລ້າງພາສະນະບັນຈຸ. ສາມາດບີ່ງວິດີໂອ້ຂ້າງລຸ່ມນີ້.


No comments:

Post a Comment