Course outline


ໂຄງຮ່າງຫຼັກສູດລາຍວິຊາ (Course outline)
ຊື່ວິຊາ : ​ເຄມີອົງຄະທາດ 1 ( Organic chemistry)
ຫຼັກສູດສ້າງຄູມັດທະຍົມລະບົບ 12+4 ( System 12+4)
ລະຫັດວິຊາ:  0904210 ( code )
ລະບົບ-​ພາກຮຽນ
ລະບົບ4ປີ ພາກຮຽນ 2 ປີທີ 1
ຊົ່ວ​ໂມງ
144 ຊົ່ວ​​ໂມ
ຄ່າ​ໜ່ວຍ​ກິດ
3(1-2-6)
ອະທິບາຍ​ໜ່ວຍ​ກິດ

ໃນວິຊານີ້ມີຢູ່ 3 ໜ່ວຍກິດ (3 ຊົ່ວໂມງ ຮຽນຕໍ່ 1 ອາທິດ ,ໃນນັ້ນ 1 ຊົ່ວໂມງຮຽນ ທິດສະດີ, ​2 ຊົ່ວໂມງເຮັດກິດຈະກຳໃນຫ້ອງແລະ 6 ຊົ່ວໂມງຄົ້ນຄວ້າດ້ວຍຕົນເອງ​) ລວມທັງໝົດ 144 ຊົ່ວ​​ໂມ
ຈຸດປະສົງ

ເມື່ອຮຽນວິຊານີ້ແລ້ວນັກຮຽນຄູຈະສາມາດ:
1.     ອະທິບາຍກ່ຽວກັບປະຫວັດຄວາມເປັນມາແລະຄວາມໝາຍຂອງທາດອົງຄະທາດ, ທິດສະດີການປະກອບສ້າງຂອງບຸດເຣລົບ,
2.    ບອກແລະຈຳແນກປະເພດຂອງທາດປະສົມອົງຄະທາດໄດ້
3.    ຂຽນສູດແລະອ່ານຊື່ຂອງທາດປະສົມອົງຄະທາດໄດ້
4.    ຄິໄລ່ສູດໂມເລກຸນແລະແກ້ບົດເຝິກຫັດຕ່າງໆໃນແຕ່ລະບົດໄດ້
5.    ນຳເອົາບົດຮຽນທີ່ໄດ້ຮຽນຄັ້ງນີ້ໄປໝູນໃຊ້ໃນການຮຽນບການສອນຕົວຈິງແລະນຳໃຊ້ເຂົ້າໃນຊີວິດປະຈຳວັນໄດ້
ເນື້ອ​ໃນ​ຫຍໍ້

 ໃນວິຊານີ້ຮຽນຮູ້ກ່ຽວກັບ ປະຫວັດຄວາມເປັນມາແລະຄວາມໝາຍຂອງທາດອົງຄະທາດ,ທິດສະດີການປະກອບສ້າງຂອງບຸດເຣລົບ, ທາດປະສົມອາລການ,ອາລແກນ, ອາລກີແລະອາະໂຣມາຕິກ, ເຫຼົ້າ,​ ເອແຕ, ອາລເດຮິດ, ເຊຕອນ,ອາຊິດກາກໂບຊິລິກ ແລະທາດແອແຕ
ການ​ດຳ​ເນີນ​ການ​ສອນ

ໃນວິຊານີ້ຮຽນຢູ່ 16 ອາທິດ ປະກອບຫຼາຍຫົວບົດ, ​ແຕ່ລະບົດແບ່ງອອກເປັນຫຼາຍຫົວຂໍ້, ວິທີສອນແມ່ນປະສົມປະສານຫຼາຍຮູບແບບເຊັ່ນ: ການສົນທະນາ, ການອະທິບາຍ, ການຕັ້ງຄຳຖາມ, ການແກ້ບົດເຝິກຫັດ, ການປະຕິບັດຕົວຈິງ, ການເຮັດວຽກເປັນກຸ່ມ, ບຸກຄົນ ການຂຽນບົດລາຍງານແລະ ອື່ນໆ
ອາທິດ 1


ບົດທີ່1 ຄວາມຮູ້ທົ່ວໄປກ່ຽວກັບເຄມີອົງຄະທາດ ( Fundamental of organic chemistry)
1.1​. ປະຫັວດຄວາມເປັນມາແລະຄວາມໝາຍຂອງທາເຄມີອົງຄະທາດ
1.2. ການແບ່ງປະພດຂອງທາດເຄມີອົງຄະທາດ
1.3. ທິດສະດີປະກອບສ້າງຂອງບຸດເຣຣົບ
ກິດຈະກຳ​:
-       ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບປະຫວັດຄວາມເປັນມາ , ຄວາມໝາຍ, ການແບ່ງປະເພດຂອງທາດອົງຄະທາດແລະ ອະທິບາຍທິດສະດີປະກອບສ້າງຂອງບຸດເຣຣົບ. ອາຈານແລະນັກສຶກສາພ້ອມກັນ ສະຫລຸບບົດຮຽນ. ຈາກນັ້ນມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 2


ບົດທີ່1 (ຕໍ່)
1.4.ການອ່ານຊື່ຂອງທາດອົງຄະທາດ
1.4.1 ທາດປະສົມຮີໂດຣກາກບົວ
 . ທາດປະສົມຮີໂດກາກບົວອີ່ມຕົວ
 .  ທາດປະສົມຮີໂດກາກບົວບໍ່ອີ່ມຕົວ
 . ທາດອະໂຣມາຕິກ
ກິດຈະກຳ​ :
-       ອາຈານອະທິບາຍຫຼັກການອ່ານຊື່ຂອງທາດປະສົມຮີໂດຣກາກບົວຊະນິດອື່ມຕົວແລະບໍ່ອື່ມ ພ້ອມທັງໃຫ້ຕົວຢ່າງ. ໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່ . ອາຈານແລະນັກສຶກສາພ້ອມກັນສະຫລຸບເນື້ອໃນໃຈບົດຮຽນ. ຈາກນັ້ນມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 3


ບົດທີ່1(ຕໍ່)
1.4.2 ອະນຸພັນຂອງອາຊິດຮາໂລແຊນ, ນ້ຳ, ອຳໂມເນຍແລະຮີໂດຣຊຸນຟົວ
 .  ອະນຸພັນຂອງອາຊິດຮາໂລແຊນ
 .  ອະນຸພັນຂອງນ້ຳ​ ​
 .  ອະນຸພັນຂອງອຳໂມເນຍ
 . ອະນຸພັນຂອງຮີໂດຣຊຸນຟົວ
ກິດຈະກຳ​ :
-       ອາຈານອະທິບາຍຫຼັກການອ່ານຊື່ຂອງອະນຸພັນຂອງອາຊິດຮາໂລແຊນ, ນ້ຳ, ອຳໂມເນຍແລະຮີໂດຣຊຸນຟົວ ພ້ອມທັງໃຫ້ຕົວຢ່າງ. ໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່ . ອາຈານແລະນັກສຶກສາພ້ອມກັນສະຫລຸບເນື້ອໃນໃຈບົດຮຽນ. ຈາກນັ້ນມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 4


ບົດທີ່ 1 (ຕໍ່)
1.4.3 ທາດປະສົມກາກໂບນິລ
.  ອາຊິດກາກໂບຊີລິກແລະອະນຸພັນ
.  ອາລດີຮີດແລະເຊຕອນ
ບົດເຝິກຫັດ
ກິດຈະກຳ​ :
-       ອາຈານອະທິບາຍຫຼັກການອ່ານຊື່ຂອງທາດປະສົມກາກໂບນິລ ພ້ອມທັງໃຫ້ຕົວຢ່າງ. ໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່ . ອາຈານແລະນັກສຶກສາພ້ອມກັນສະຫລຸບເນື້ອໃນໃຈບົດຮຽນ. ຈາກນັ້ນມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 5


ບົດທີ່ 2 ອາລການ (Alkane)
2.1. ການປະກອບສ້າງແລະການອ່ານຊື່
2.2. ຄຸນລັກສະນະຂອງອາລການ
2.3 .ອີໂຊແມ (ທາດຮ່ວມໂມເລກຸນ)
ກິດຈະກຳ​ :
-       ອາຈານອະທິບາຍຫຼັກການອ່ານຊື່ຂອງທາດອາລການ ພ້ອມທັງໃຫ້ຕົວຢ່າງ. ໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່ . ອາຈານແລະນັກສຶກສາພ້ອມກັນສະຫລຸບເນື້ອໃນໃຈບົດຮຽນ. ຈາກນັ້ນມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 6

ບົດທີ່ 2 (ຕໍ່)
2.4. ປີໂຕຣລຽມ
2.5. ການປະກອບສ້າງແລະການອ່ານຊື່ຊີໂກຼອາລການ
ບົດເຝິກຫັດ
ກິດຈະກຳ​ :
-       ອາຈານອະທິບາຍກ່ຽວກັບ ປີໂຕຣລຽມ ແລະ ໃຫ້ນັກສຶກສາຮູ້ກ່ຽວກັບຂໍ້ມູນ ຄວາມຮູ້ຈາກແຫລ່ງຕ່າງໆ ທີ່ຈະໄປຄົ້ນຄວ້າ. ຫຼັງຈາກນັ້ນ, ອາຈານໃຫ້ ນັກສຶກສາໄປສຶກສາຄົ້ນຄວ້າ ແລ້ວຂຽນເປັນບົດລາຍງານ ເພື່ອນຳມາສະ ເໜີ. ອາຈານ ພ້ອມ ນັກສຶກສາ ຮ່ວມກັນສະຫລຸບເນື້ອໃນ ໃຈຄວາມ ຂອງບົດຮຽນ ເພື່ອໃຫ້ນັກສືກສານຳບົດລາຍງານໄປດັດແກ້ໃຫ້ຖືກຕ້ອງ.
ອາທິດ 7


ບົດທີ່ 3 ອາລແກນ (Alkene)
3.1. ການປະກອບສ້າງແລະອ່ານຊື່
3.2 ຄຸນລັກສະນະຂອງອາລແກນ
3.3 ການປຸງແຕ່ງແລະນໍາໃຊ້
3.4 ​ໂປລີແມ
ບົດເຝິກຫັດ
ກິດຈະກຳ​ :
-       ອາຈານອະທິບາຍການປະກອບສ້າງແລະ ຫຼັກການອ່ານຊື່ຂອງທາດອາລແກນ ພ້ອມທັງໃຫ້ຕົວຢ່າງ. ຈາກນັ້ນໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່.
-        ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບຄຸນລັກສະນະ ການປຸງແຕ່ງແລະການນຳໃຊ້ ອາລແກນ, ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 8

ບົດທີ່ 4 ອາລກີ (Alkynes)
4.1 ການປະກອບສ້າງແລະການອ່ານຊື່
4.2 ການປຸງແຕ່ງແລະການນໍາໃຊ້
ບົດເຝິກຫັດ
ກິດຈະກຳ​ :
-       ອາຈານອະທິບາຍການປະກອບສ້າງແລະ ຫຼັກການອ່ານຊື່ຂອງທາດອາລກີນ ພ້ອມທັງໃຫ້ຕົວຢ່າງ. ຈາກນັ້ນໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່.
-       ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບຄຸນລັກສະນະ ການປຸງແຕ່ງແລະການນຳໃຊ້ ອາລກີນ, ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 9

ບົດທີ່ 5 ຮີໂດຼກາກບົວອະໂຣມາຕິກ
5.1 ​ແບແຊນ
5.2 ຄຸນລັກສະນະຂອງແບແຊນ
ກິດຈະກຳ​ :
-       ອາຈານອະທິບາຍການປະກອບສ້າງແລະ ຫຼັກການອ່ານຊື່ຂອງທາດ​ ​ແບແຊນ ພ້ອມທັງໃຫ້ຕົວຢ່າງ. ຈາກນັ້ນໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່.
-       ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບຄຸນລັກສະນະ
ແບແຊນ, ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 10

ບົດທີ່ 5 (ຕໍ່)
5.3 ​ໂປລີນິວເຄຼຍຮີໂດຣກາກບົວອະໂຣມາຕິກ
5.4 ການນໍາໃຊ້ທາດ​​ຮີໂດຣກາກບົວອະໂຣມາຕິກ
ກິດຈະກຳ​ :
-       ອາຈານອະທິບາຍກ່ຽວກັບ ທາດໂປລີນິວເຄຼຍຮີໂດຣກາກບົວອະໂຣມາຕິກ ແລະ ໃຫ້ນັກສຶກສາຮູ້ກ່ຽວກັບຂໍ້ມູນ ຄວາມຮູ້ຈາກແຫລ່ງຕ່າງໆ ທີ່ຈະໄປຄົ້ນຄວ້າ. ຫຼັງຈາກນັ້ນ, ອາຈານໃຫ້ ນັກສຶກສາໄປສຶກສາຄົ້ນຄວ້າ ແລ້ວຂຽນເປັນບົດລາຍງານ ເພື່ອນຳມາສະ ເໜີ. ອາຈານ ພ້ອມ ນັກສຶກສາ ຮ່ວມກັນສະຫລຸບເນື້ອໃນ ໃຈຄວາມ ຂອງບົດຮຽນ ເພື່ອໃຫ້ນັກສືກສານຳບົດລາຍງານໄປດັດແກ້ໃຫ້ຖືກຕ້ອງ.
ອາທິດ 11

ບົດທີ່ 6 ເຫຼົ້າ​, ເອແຕແລະເຟໂນ
6.1 ການປະກອບສ້າງຂອງເຫຼົ້າ
6.2 ການປະສ້າງເອແຕແລະເຟໂນ
ກິດຈະກຳ​ :
-       ອາຈານອະທິບາຍການປະກອບສ້າງແລະ ຫຼັກການອ່ານຊື່ຂອງ​​ເຫຼົ້າ, ​ເອແຕແລະເຟໂນ ພ້ອມທັງໃຫ້ຕົວຢ່າງ. ຈາກນັ້ນໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່. ອາຈານແລະນັກສຶກສາພ້ອມກັນສະຫຼຸບ
ອາທິດ 12

ບົດທີ່ 6 (ຕໍ່)
6.3 ຄຸນລັກສະນະຂອງເຫຼົ້າ
6.4 ການປຸງແຕ່ງອາລໂກລແລະການນໍາໃຊ້
ບົດເຝິກຫັດ
ກິດຈະກຳ:
-       ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບຄຸນລັກສະນະ ການປຸງແຕ່ງແລະການນຳໃຊ້ເຫຼົ໊າ, ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 13


 ບົດທີ່ 7 ອາລເດຮິດແລະເຊຕອນ
7.1 ການປະກອບສ້າງແລະການອ່ານຊື່ອາລເດຮິດ-​ເຊຕອນ
7.1.1 ການປະກອບສ້າງແລະການອ່ານຊື່ອາລເດຮິດ
7.1.2 ການປະກອບສ້າງແລະການອ່ານຊື່​ ​ເຊຕອນ
ກິດຈະກຳ​ :
-       ອາຈານອະທິບາຍການປະກອບສ້າງແລະ ຫຼັກການອ່ານຊື່ຂອງທາດ​ ​ອາລເດຮີດແລະເຊຕອນ ພ້ອມທັງໃຫ້ຕົວຢ່າງ. ຈາກນັ້ນໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່. ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 14

ບົດທີ່ 7 (ຕໍ່)
7.3 ຄຸນລັກສະນະອານເດຮິດແລະເຊຕອນ
7.4 ການປຸງແຕ່ງແລະການນໍາໃຊ້
ບົດເຝິກຫັດ
ກິດຈະກຳ:
-       ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບຄຸນລັກສະນະ ການປຸງແຕ່ງແລະການນຳໃຊ້ອາລເດຮີດແລະເຊຕອນ, ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.

ອາທິດ 15

ບົດທີ່ 8 ອາຊິດກາກໂບຊິລິກແລະແອແຕ
8.1 ການປະກອບສ້າງແລະການອ່ານຊື່ອາຊິດກາກໂບຊິລິກ
8.2​ ການປະກອບສ້າງແລະການອ່ານຊື່ແອແຕ
ກິດຈະກຳ​ :
-       ອາຈານອະທິບາຍການປະກອບສ້າງແລະ ຫຼັກການອ່ານຊື່ຂອງທາດ​ ​ອາຊິດກາກໂບຊີລິກແລະ​​ແອແຕ ພ້ອມທັງໃຫ້ຕົວຢ່າງ. ຈາກນັ້ນໃຫ້ນັກສຶກສາສົນທະນາເປັນກຸ່ມ, ​​ເຝິກການອ່ານຊື່. ຈາກນັ້ນ​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ອາທິດ 16

8.3 ຄຸນລັກສະນະຂອງອາຊິດ​​ກາກໂບຊີລິກ, ​ແອແຕ
8.4 ການປຸງແຕ່ງແລະການນຳໃຊ້
ບົດເຝິກຫັດ
ກິດຈະກຳ:
-       ອາຈານຕັ້ງຄຳຖາມສົນທະນາກັບນັກສຶກສາກ່ຽວກັບຄຸນລັກສະນະ ການປຸງແຕ່ງແລະການນຳໃຊ້ອາຊິດກາກໂບຊີລິກແລະແອແຕ ຈາກນັ້ນ​​​ພ້ອມກັນສະຫລຸບເນື້ອໃນ​​ບົດຮຽນ.​ແລະ ມອບວຽກບ້ານໃຫ້ນັກສຶກສາຄົ້ນຄວ້າ.
ການ​ຕີ​ລາຄາ


1.     ການຂື້ນຫ້ອງຮຽນ       10%
2.    ນັກຮຽນມີສ່ວນຮວ່ມ   30 %
3.    ສອບເສັງກາງພາກ       20%
4.    ສອບເສັງທ້າຍພາກ      40%

​ເອກະສານອ້າງ​ອີງ


1.     ບຸນຈັນ ຄູນພິລາພັນ ແບບຮຽນເຄມີພື້ນຖານ 2 ສຳລັບສ້າງຄູລະບົບ 11+3 ປີທີ 1 ກະຊວງສຶກສາທິການ ສູນພັດທະນາຄູ 1998
2.    ສຳຣານ ພຶກສູນທອນ ວິຊາເຄມີ .4-5-6 ​ເຄມີ .ຕົ້ນແລະເຄມີ Entrance ພສ 2552
3.    ເຄມີເຫຼັ້ມ 2 ຄະນະ​ອະນຸກົມ​ການ​ປັບປຸງ​ຫຼັກສູດ ວິທະຍາສາດ ສາຂາ​ເຄມີ ຕາມ​ໂຄງການ​ປັບ​ປຸງ​ຫຼັກສູດ​ວິທະຍາ​ສາດ​ລະດັບ​ມະຫາວິທະຍາ​ໄລ​ຂອງ​ທະບວງມະຫາວິທະຍາ​ໄລ ກຸງ​ເທບ ອັກສະ​ຈະ​ເລີ​ນທັສ 2541
4.    ຮສ ປະດິດ ພະ​ລົງ ​ເຄມີ​ອີນຊີ​ ພີ​ມຄັ້ງ​ທີ່ 2 ສໍານັກງານ​ຈຸລາ​ລົງ​ກອນ ມະຫາວິທະຍາ​ໄລ ພສ 2543
5.    Paula Yurkanis Bruice Organic Chemistry University of California , 2007 by Pearson Education.Inc 

ຜູ້​ຂຽນ


 . ພຸດທະດາ ຫຼ້າວິໄລແສງ ວິທະຍາໄລຄູບ້ານເກິແຂວງ ວຽງຈັນ
Tel: 020 22016484

ຜຸ້ສອນ
ສຸລິຍາ ແກ້ວວິໄລສັກ
Tel: 020 56661090


No comments:

Post a Comment